ຖ້າຫາກມີເອກະລັກອັນໜຶ່ງທີ່ລວມອາຫານຫວຽດນາມໄວ້ນຳກັນ, ມັນກໍຄືຄວາມສົດໃໝ່ຂອງອາຫານທັງໝົດ. ເມື່ອຍ່າງຜ່ານຕະຫຼາດໃດກໍຕາມໃນຫວຽດນາມ, ທ່ານຈະຕື່ນຕາຕື່ນໃຈກັບຄວາມອຸດົມສົມບູນຈາກທະເລ ແລະ ຜືນແຜ່ນດິນ. ຜັກຫອມສົດ, ຜັກອວບໆ ແລະ ໂປຣຕີນສົດໆ ທີ່ເກັບມາໃນເຊົ້າດຽວກັນນັ້ນ ເປັນພຽງ ສິ່ງທີ່ກຳລັງລໍຖ້າແມ່ຄົວ-ພໍ່ຄົວຜູ້ມີຝີມືມາປ່ຽນໃຫ້ເປັນ ບາງຢ່າງທີ່ວິເສດ. ຄວາມສົດໃໝ່ແມ່ນຈຸດເລີ່ມຕົ້ນຂອງຄວາມມ່ວນຊື່ນ. ວັດຖຸດິບທີ່ສວຍງາມເຫຼົ່ານີ້ ໄດ້ຮັບການຊູລົດຊາດດ້ວຍຜັກຫອມ, ແລະ ຄົນຄົວຫວຽດນາມກໍຮູ້ນຳໃຊ້ເນື້ອສຳຜັດທີ່ແຕກຕ່າງກັນມາປະສົມປະສານກັນເພື່ອໃຫ້ໄດ້ຄວາມກອບ ແລະ ລົດຊາດທີ່ຈັດຈ້ານທີ່ສຸດ. ເວົ້າງ່າຍໆກໍຄື, ມັນແມ່ນ ໜຶ່ງໃນອາຫານທີ່ດີຕໍ່ສຸຂະພາບ ແລະ ໜ້າແຊບຊ້ອຍທີ່ສຸດໃນໂລກ.
ທ່ອງທ່ຽວໄປທົ່ວປະເທດ, ແລ້ວທ່ານຈະພົບວ່າລົດຊາດ ແລະ ອາຫານມີຄວາມແຕກຕ່າງກັນແຕ່ເໜືອຮອດໃຕ້. ຢູ່ທີ່ນະຄອນຫຼວງ, ຄົນທ້ອງຖິ່ນອາດຈະກິນອາຫານທ່ຽງເປັນ bún chả ກັບ ໝູສາມຊັ້ນຝານ, ໃນຂະນະທີ່ຄົນໄຊງ່ອນ ຈະເພີນເພີນກັບ bánh xèo (ເຂົ້າໜົມເບື້ອງກອບ) ມ້ວນກັບ ຜັກສົດ ແລະ ຈຳ້ນ້ຳປາຫວານສົ້ມ. ຢູ່ທີ່ອະດີດເມືອງຫຼວງ, bún bò Huế ທີ່ອຸດົມດ້ວຍເນື້ອແມ່ນອາຫານເຊົ້າທີ່ເປັນທີ່ນິຍົມ, ໃນຂະນະທີ່ຢູ່ ຮອຍອັນ, ບໍ່ມີຫຍັງດີໄປກວ່າເສັ້ນ cao lầu ໜຶ່ງຖ້ວຍທີ່ໜຽວແຊບສຳລັບອາຫານຫວ່າງ. ຕັ້ງແຕ່ການປຸ່ງອາຫານຢູ່ເຮືອນແບບງ່າຍໆ ໄປຈົນເຖິງອາຫານຮ້ານຂ້າງທາງທີ່ຊວນໃຫ້ຕິດໃຈ ແລະ ອາຫານຫວຽດນາມສະໄໝໃໝ່, ມັນຕ້ອງໃຊ້ເວລາຕະຫຼອດຊີວິດເພື່ອລອງຊິມຄວາມຫຼາກຫຼາຍທີ່ແຊບຊ້ອຍນີ້ໃຫ້ຄົບທຸກຢ່າງ.