ເດີ ຮູຟທັອບ ທີ່ AnAn Saigon ໃນ ນະຄອນໂຮ່ຈີມິນ. ພາບໂດຍ Aaron Joel Santos
ໃນຂະນະທີ່ຊົນນະບົດຂອງຫວຽດນາມມີມົນສະເໜ່ອັນສະຫົບງຽບ, ຕົວເມືອງຂອງຫວຽດນາມກໍມີມົນສະເໜ່ສະເພາະຕົວທີ່ບໍ່ຄືໃຜ. ສູບເອົາບັນຍາກາດວັດທະນະທຳຕົວເມືອງຂອງຫວຽດນາມ ໂດຍການໃຊ້ເວລາຈັກ 2-3 ມື້ຢູ່ ຮ່າໂນ້ຍ ຫຼື ນະຄອນໂຮ່ຈີມິນ. ຢູ່ທີ່ນີ້ ທ່ານຈະໄດ້ສຳຜັດກັບອາຫານລະດັບໂລກ ຄຽງຄູ່ກັບອາຫານຂ້າງທາງລາຄາຍ່ອມເຍົາ, ວັດວາອາຮາມເກົ່າແກ່ຕັ້ງຢູ່ຄຽງຂ້າງໂຮງແຮມຫ້າດາວ, ແລະ ຫ້າງສັບພະສິນຄ້າທີ່ຫຼູຫຼາຕັ້ງຢູ່ໃກ້ໆກັບຕະຫຼາດທີ່ຄຶກຄື້ນ. ຮ່າໂນ້ຍ ເປັນເມືອງແຫ່ງທະເລສາບ, ແລະ ມໍລະດົກທາງປະຫວັດສາດ ແລະ ວັດທະນະທຳຂອງເມືອງນີ້ຈະສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ຫຼົງໄຫຼໃນອະດີດ. ນະຄອນໂຮ່ຈີມິນ ມີພະລັງອັນເຕັມໄປດ້ວຍຊີວິດຊີວາທີ່ຍາກຈະຕ້ານທານ, ແລະ ເປັນບ່ອນຮວບຮວມ ບາເທິງດາດຟ້າສຸດເທ່, ພື້ນທີ່ເຮັດວຽກຮ່ວມກັນທັນສະໄໝ, ແລະ ຄາເຟ່ສໄຕລ໌ໂຄໂລນຽລຊິກ. ຢ່າລືມຂີ່ລົດສະກູດເຕີຢ່າງນ້ອຍໜຶ່ງຄັ້ງໃນລະຫວ່າງການມາຢ້ຽມຢາມ ເພື່ອສຳຜັດກັບຈັງຫວະຊີວິດຂອງຕົວເມືອງຫວຽດນາມຢ່າງແທ້ຈິງ.