ຢູ່ຫ່າງຈາກຮາໂນ້ຍ ໄປທາງພາກເໜືອປະມານ 300 ກິໂລແມັດ, ຮາຢາງ ສາມາດເດີນທາງໄປໄດ້ທາງຖະໜົນເທົ່ານັ້ນ. ຢ່າງໃດກໍຕາມ, ແຂວງນີ້ມີໂຮງແຮມ, ເຮືອນພັກ ແລະ ໂຮມສະເຕ ໃຫ້ບໍລິການເປັນຈໍານວນຫຼວງຫຼາຍ. ສ່ວນໃຫຍ່ແມ່ນຕັ້ງຢູ່ໃນເມືອງດົງວັນ (Dong Van), ເມືອງແມວວັກ (Meo Vac) ແລະ ຕົວເມືອງຮາຢາງ.
ນັກທ່ອງທ່ຽວສາມາດມາທ່ຽວຮາຢາງໄດ້ຕະຫຼອດປີ ເພາະແຕ່ລະລະດູໃນຮາຢາງຈະມີທິວທັດທີ່ແຕກຕ່າງກັນ ແລະ ຂໍເຕືອນໄວ້ກ່ອນ, ຄວາມງາມຂອງມັນເອງກໍພຽງພໍທີ່ຈະສະກົດໃຈຂອງນັກທ່ອງທ່ຽວທຸກຄົນ. ເມື່ອມາຮອດທີ່ນີ້, ມັນເປັນເລື່ອງປົກກະຕິທີ່ຈະເຫັນກຸ່ມເດັກນ້ອຍຊົນເຜົ່າສ່ວນໜ້ອຍທີ່ນຸ່ງຊຸດປະຈຳເຜົ່າ ແລະ ຍິ້ມແຍ້ມແຈ່ມໃສ ເພື່ອເປັນການຕ້ອນຮັບອັນອົບອຸ່ນແກ່ນັກທ່ອງທ່ຽວຈາກທາງໄກ.
ຮາຢາງໃນລະດູໃບໄມ້ປົ່ງຈະອົບອວນໄປດ້ວຍກິ່ນຫອມຂອງດອກໄມ້, ໂດຍສະເພາະແມ່ນດອກຊາກຸຣະ, ດອກໝາກພຣຳ, ດອກຜັກກາດ ແລະ ດອກໝາກຈອງ (ໝາກເພຍ) ໃນເດືອນມີນາ. ຕະຫຼາດຮັກເຄົາວາຍ (Khau Vai Love Market) ກໍຈັດຂຶ້ນໃນຊ່ວງເວລານີ້ເຊັ່ນກັນ. ໃນລະດູຮ້ອນ, ທົ່ງນາຂັ້ນໄດຈະເຕັມໄປດ້ວຍນ້ຳ, ເບິ່ງຄືກັບແວ່ນແຍງທີ່ສະທ້ອນພາບກ້ອນເມກໃນທ້ອງຟ້າ. ລະດູໃບໄມ້ຫຼົ່ນແມ່ນຊ່ວງເວລາທີ່ອາກາດເຢັນສະບາຍ, ພ້ອມກັບກິ່ນຫອມອ່ອນໆ ຂອງເຂົ້າສຸກທີ່ແຜ່ກະຈາຍໄປທົ່ວທົ່ງນາສີເຫຼືອງທອງ. ການເດີນທາງໃນເດືອນຕຸລາຫາທັນວາ, ດອກບັກວີດ (buckwheat) ສີບົວອົມມ່ວງ, ດອກຄາໂນລາສີເຫຼືອງ ແລະ ດອກຜັກກາດນ້ອຍໆ ຈະເບັ່ງບານສະແດງຄວາມງາມອັນສົດໃສພາຍໃຕ້ແສງແດດ ແລະ ສາຍລົມ.
ສິ່ງທີ່ດີທີ່ສຸດໃນການເດີນທາງທ່ຽວຮາຢາງ ຄືການຂີ່ລົດຈັກໄປຕາມເສັ້ນທາງຄົດຄ້ຽວເທິງພູ. ມັນມີຄວາມສ່ຽງແຕ່ກໍຄຸ້ມຄ່າທີ່ຈະລອງ ແລະ ຈະເປັນໜຶ່ງໃນປະສົບການທີ່ໜ້າຈົດຈຳ ແລະ ຕື່ນຕາຕື່ນໃຈທີ່ສຸດຢ່າງແນ່ນອນ.
ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງໃຫ້ຄົ້ນຫາໃນຮາຢາງ ແລະ ຊ່ວຍໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ວັດທະນະທຳ ແລະ ປະຫວັດສາດຂອງດິນແດນອັນສວຍງາມແຫ່ງນີ້. ປະຕູສະຫວັນ (Heaven’s Gate) ແລະ ພູຄູ່ກວນບາ (Quan Ba District); ຄຶຫາດຕະກູນເວືອງ (Vuong Family’s Residence) ແລະ ເສົາທຸງຫຼຸງກູ (Lung Cu Flagpole) (ເມືອງດົງວັນ); ຊ່ອງເຂົາ ໝາ ປີ ແລັງ (Ma Pi Leng Pass) (ເມືອງແມວວັກ); ນ້ຳຕົກຕາດຕຽນ (ນາງຟ້າ) - ຊ່ອງເຂົາຢໍ້ (ລົມ) ແລະ ທົ່ງຫີນບູຮານ ນາມດ່ານ (ເມືອງຊິນແມນ); ແລະ ບໍ່ນ້ຳຮ້ອນກວາງເງິນ ໃນເມືອງວີຊວຽນ, ແລະ ອີກຫຼາກຫຼາຍບ່ອນທີ່ພຽງພໍຈະເຮັດໃຫ້ນັກທ່ອງທ່ຽວຕ້ອງບັນທຶກ ຮາຢາງ ໄວ້ໃນລາຍການສະຖານທີ່ທີ່ຕ້ອງໄປທ່ຽວໃຫ້ໄດ້.
ອຸທະຍານທໍລະນີສາດພູພຽງຫີນປູນ ດົງວັນ (Dong Van Karst Plateau Geopark)
ພູພຽງຫີນປູນ ດົງວັນ ໄດ້ຮັບການຮັບຮອງໃຫ້ເປັນອຸທະຍານທໍລະນີສາດໂລກຂອງອົງການ UNESCO ແຫ່ງທຳອິດຂອງຫວຽດນາມ ແລະ ແຫ່ງທີສອງໃນອາຊີຕາເວັນອອກສ່ຽງໃຕ້. ການຍ່າງປ່າໃນອຸທະຍານທໍລະນີສາດດົງວັນ ແມ່ນວິທີທີ່ມີປະສິດທິພາບທີ່ສຸດໃນການຄົ້ນຫາອຸທະຍານທໍລະນີສາດອັນໂດດເດັ່ນນີ້. ເສັ້ນທາງຍ່າງປ່າຄົດຄ້ຽວໄປຕາມສາຍພູ ແລະ ໃຫ້ທັດສະນີຍະພາບທີ່ສວຍງາມ. ມີເຂດອະນຸລັກທຳມະຊາດສອງແຫ່ງທີ່ອຸດົມສົມບູນໄປດ້ວຍພັນພືດ ແລະ ສັດປ່າ ເຊັ່ນ: ຕົ້ນສົນ, ໝີດຳອາຊີ, ເລືອງ (ແບ້ຜາຊະນິດໜຶ່ງ) ແລະ ນົກຫຼາກຫຼາຍຊະນິດໃນອຸທະຍານທໍລະນີສາດແຫ່ງນີ້. ຕາມເສັ້ນທາງຍ່າງປ່າ, ນັກທ່ອງທ່ຽວຍັງສາມາດຮຽນຮູ້ວັດທະນະທຳທີ່ຫຼາກຫຼາຍຂອງຊົນເຜົ່າສ່ວນໜ້ອຍໃນທ້ອງຖິ່ນທີ່ອາໄສຢູ່ໃນໝູ່ບ້ານດັ້ງເດີມ.
ເສັ້ນທາງທ່ອງທ່ຽວຮາຢາງ (Ha Giang Loop)
ນີ້ແມ່ນໜຶ່ງໃນການເດີນທາງທາງບົກທີ່ດີທີ່ສຸດ ແລະ ເປັນເສັ້ນທາງຂີ່ລົດຖີບ/ລົດຈັກທີ່ສວຍງາມທີ່ສຸດໃນອາຊີ. ເສັ້ນທາງທ່ອງທ່ຽວຮາຢາງ (Ha Giang Loop) ຜ່ານ 4 ເມືອງ, ລວມມີ ກວນບາ, ອຽນມິງ, ດົງວັນ, ແມວວັກ. "ເສັ້ນທາງຄຳ" ຂ້າມຊ່ອງເຂົາສູງຊັນ ແລະ ເຫວເລິກ, ເຊິ່ງຕ້ອງອາໄສທັກສະການຂັບຂີ່ລະດັບມືອາຊີບເພື່ອຮັບມືກັບທາງໂຄ້ງທີ່ຄົດຄ້ຽວບໍ່ມີບ່ອນສິ້ນສຸດ. ທິວທັດຢູ່ທີ່ນີ້ແມ່ນມີສະເໜ່ຫຼາຍ. ໃນຊ່ວງເດືອນກັນຍາ ແລະ ຕຸລາ, ນັກທ່ອງທ່ຽວທີ່ຂີ່ລົດທ່ຽວຊົມສາມາດຊົມທົ່ງນາສີເຫຼືອງທອງທີ່ກຳລັງສຸກເຕັມທີໃນພື້ນທີ່. ແລະ ຕັ້ງແຕ່ເດືອນກຸມພາ ຫາ ມີນາ ແມ່ນຊ່ວງເວລາທີ່ດອກໄມ້ໃນລະດູໃບໄມ້ປົ່ງເບັ່ງບານ.
ຄຶຫາດຕະກູນເວືອງ (The Vuong’s Residence)
ຄຶຫາດຕະກູນເວືອງ ຖືກສ້າງຂຶ້ນເມື່ອເກືອບ 100 ປີກ່ອນໂດຍຊ່າງຝີມືຜູ້ມີທັກສະສູງ. ຄຶຫາດຫຼັງນີ້ຢູ່ຫ່າງຈາກຕົວເມືອງດົງວັນ ປະມານ 14 ກິໂລແມັດ, ຕັ້ງຢູ່ໃນເຂດຕາແສງຊາພິນ (Sa Phin Commune). ຄຶຫາດຕະກູນເວືອງ ເປັນຄືກັບປາສາດຫີນທ່າມກາງທຳມະຊາດ, ຖືກປົກປ້ອງໂດຍຮົ່ມໄມ້ສູງໃຫຍ່ຂອງຕົ້ນໄມ້ພິເສດໃນຮາຢາງ. ນັກທ່ອງທ່ຽວສາມາດເຂົ້າຊົມເພື່ອຄົ້ນຫາສະຖາປັດຕະຍະກຳທີ່ປະສົມປະສານ 3 ວັດທະນະທຳ ເຂົ້າກັນ ຄື ຈີນ, ຝຣັ່ງ ແລະ ມົ້ງ, ຫຼື ພຽງແຕ່ຊື່ນຊົມສະຖານທີ່ເຊິ່ງຄັ້ງໜຶ່ງເຄີຍເປັນທີ່ພັກອັນຫຼູຫຼາ ແລະ ສະຫງ່າງາມຂອງພະຍາເຜົ່າມົ້ງ.
ຕະຫຼາດນັດຊົນເຜົ່າຂອງຮາຢາງ
ເພື່ອຮຽນຮູ້ກ່ຽວກັບວັດທະນະທຳຂອງກຸ່ມຊົນເຜົ່າສ່ວນໜ້ອຍໃນຮາຢາງ, ຕະຫຼາດນັດຊົນເຜົ່າແມ່ນສະຖານທີ່ທີ່ນັກທ່ອງທ່ຽວບໍ່ຄວນພາດ. ເມື່ອໄປຢ້ຽມຢາມຕະຫຼາດນັດຂອງຊົນເຜົ່າສ່ວນໜ້ອຍ, ນັກທ່ອງທ່ຽວຈະໄດ້ຕື່ນຕາຕື່ນໃຈກັບເສື້ອຜ້າທີ່ມີສີສັນສົດໃສ ແລະ ແຜ່ນແພພື້ນເມືອງ, ໄດ້ເຫັນວິຖີຊີວິດປະຈຳວັນຂອງປະຊາຊົນຊົນເຜົ່າໃນຮາຢາງ ຜ່ານກິດຈະກຳການແລກປ່ຽນ ແລະ ຊື້ຂາຍຜະລິດຕະພັນຈາກປ່າ ແລະ ພູເຂົາ.
ອາຫານທີ່ນັກທ່ອງທ່ຽວຄວນລອງຊິມໃນຮາຢາງ ລວມມີ:
ເຂົ້າໜຽວຫ້າສີ
ຫ້າສີຂອງອາຫານນີ້ແມ່ນຕົວແທນໃຫ້ແກ່ຫ້າທາດຂອງຊີວິດຕາມຄວາມເຊື່ອຂອງຊາວຫວຽດນາມ: ສີເຫຼືອງຄືດິນ, ສີຂຽວຄືພືດ, ສີແດງຄືໄຟ, ສີຂາວຄືໂລຫະ, ແລະ ສີດໍາຄືນໍ້າ. ຜູ້ຄົນເຊື່ອວ່າການມີຢູ່ຂອງທັງຫ້າທາດນີ້ຈະສ້າງຄວາມສົມບູນພູນສຸກໃຫ້ແກ່ທ້ອງຟ້າ, ຜືນແຜ່ນດິນ ແລະ ມະນຸດ.
ເຂົ້າໜົມບັກວີດ
ເຂົ້າໜົມນີ້ເຮັດມາຈາກເມັດບັກວີດ. ເມັດນ້ອຍໆ ຈະຖືກບົດໃຫ້ເປັນຜົງລະອຽດ ແລ້ວນຳມາປະສົມກັບນໍ้า, ເທລົງໃນແມ່ພິມທີ່ອ່ອນນຸ້ມ ແລ້ວນວດເປັນກ້ອນ, ເບິ່ງຄືງ່າຍດາຍແຕ່ມີຄວາມພິເສດ. ລົດຊາດຂອງມັນຈະມີຄວາມເປັນເອກະລັກສະເພາະຕົວ.
ທັງແດນ (Thang Den)
ມັນມີຄວາມຄ້າຍຄືກັນກັບເຂົ້າໜົມບົວລອຍໃນຮ່າໂນ້ຍ ຫຼື ເຂົ້າໜົມກອງ (Cong cake) ໃນແຂວງລາງເຊີນ, ເຮັດຈາກແປ້ງເຂົ້າໜຽວ ແລະ ມີໄສ້ຖົ່ວຂຽວບົດຢູ່ທາງໃນ. ເຂົ້າໜົມຈະຖືກປັ້ນເປັນຮູບຊົງກົມ ແລະ ຕົ້ມໃນນໍ້າຮ້ອນ. ທັງແດນ ມັກຈະຮັບປະທານຄູ່ກັບນໍ້າກະລໍທິ (ນໍ້າທິມະພ້າວ) ແລະ ນໍ້າຂີງ.
ໄຂ່ມ້ວນໜຶ້ງ, ຊີ້ນຄວາຍ, ນໍ້າເຜິ້ງມິນ, ເຂົ້າໜຽວບັກແມ (Bac Me), ເຂົ້າປຽກໂອໂຕ (Au Tau)... ແມ່ນອາຫານອື່ນໆ ທີ່ຄວນລິ້ມລອງໃນຮ່າຢາງ.
ອອກເດີນທາງສູ່ຮ່າຢາງ ເພື່ອສຳຜັດກັບຄວາມງົດງາມດັ່ງບົດກະວີຂອງເຂດພູດອຍທາງພາກເໜືອຂອງຫວຽດນາມດ້ວຍຕົວທ່ານເອງ ແລະ ເກັບກຳຄວາມຊົງຈຳທີ່ບໍ່ມີວັນລືມຢູ່ທີ່ນີ້!