Attention: Latest updates on destinations, experiences, and travel in Vietnam Explore now →
  • ຄອບຄົວ

    Vinpearl Land ໃນ ຍາຈາງ (Nha Trang). ພາບໂດຍ Christian Berg

ຫວຽດນາມ ເປັນປະເທດທີ່ໜ້າປະທັບໃຈ ແລະ ບໍ່ມີວັນລືມສຳລັບການທ່ອງທ່ຽວແບບຄອບຄົວ. ຈຸດໝາຍປາຍທາງທີ່ໜ້າອັດສະຈັນ ແລະ ກິດຈະກຳທີ່ໜ້າສົນໃຈຢ່າງຫຼາກຫຼາຍ ຈະຮັບປະກັນວ່າ ຄວາມຊົງຈຳທີ່ສ້າງຂຶ້ນຢູ່ທີ່ນີ້ຈະຄົງຢູ່ຕະຫຼອດຊີວິດ. ສຳລັບການພັກຜ່ອນຢ່າງຜ່ອນຄາຍ, ເດີນທາງໄປຫາຈຸດໝາຍປາຍທາງແຄມທະເລ ເຊັ່ນ ດານັງ ແລະ ຟູກວັກ, ບ່ອນທີ່ທ່ານສາມາດຜ່ອນຄາຍເທິງຫາດຊາຍ, ຮັບປະທານອາຫານໃນຕະຫຼາດອາຫານທະເລ, ແລະ ຂີ່ເຮືອຊົມພຣະອາທິດເລີ່ມຕົກດິນ. ສຳລັບຊ່ວງເວລາທີ່ຕື່ນເຕັ້ນມີຊີວິດຊີວາ, ສວນສາທາລະນະ ແລະ ຖະໜົນຫົນທາງໃນ ຮາໂນ້ຍ ຈະໃຫ້ເດັກໆ ໄດ້ສຳຜັດກັບມຸມມອງພິເສດຂອງວິຖີຊີວິດທ້ອງຖິ່ນໃນຫວຽດນາມ. ການຍ່າງເລາະຖະໜົນທີ່ປະດັບປະດາດ້ວຍໂຄມໄຟໃນ ຮອຍອັນ, ການຂີ່ເຮືອໃນອ່າວ ຮາລອງ ທີ່ສວຍງາມ, ແລະ ການຂີ່ລົດຖີບຜ່ານຮ່ອງເຂົາອັນຂຽວສົດຊື່ນຂອງ ໄມເຈົາ ເປັນພຽງສ່ວນໜຶ່ງຂອງກິດຈະກຳອັນຍອດຢ້ຽມທີ່ຄອບຄົວສາມາດມີປະສົບການຮ່ວມກັນ. ກັງວົນກ່ຽວກັບການເດີນທາງບໍ? ຖ້ຽວບິນລາຄາສະບາຍກະເປົາ, ທົວສ່ວນຕົວ, ແລະ ຣີສອດລະດັບຫຸ້ມຫຣາ ສາມາດເຂົ້າເຖິງໄດ້ທົ່ວປະເທດ, ເຮັດໃຫ້ການວາງແຜນວັນພັກຜ່ອນເປັນເລື່ອງງ່າຍ ແລະ ໄຮ້ກັງວົນ.


ຄອບຄົວ

ມີຫຍັງແດ່

ກວດເບິ່ງເຫດການທີ່ຈະມາເຖິງໃນຫວຽດນາມ

Loading...