Trần Thanh Đức ແມ່ນເຈົ້າຂອງຮ້ານອາຫານ ແລະ ເຊັບຢູ່ໃນຮອຍອັນ. ຕອນອາຍຸ 16 ປີ, Đức ໄດ້ກາຍເປັນຜູ້ລີ້ໄພທາງເຮືອ ແລະ ໄດ້ໃຊ້ເວລາໜຶ່ງປີຢູ່ໃນຄ້າຍລີ້ໄພໃນປະເທດມາເລເຊຍ ກ່ອນທີ່ລາວຈະຍ້າຍໄປຢູ່ລັດເທັກຊັດ. ຫຼັງຈາກທີ່ໄດ້ເຮັດອາຫານໃນຮ້ານອາຫານຕ່າງໆທົ່ວໂລກ, Đức ໄດ້ກັບຄືນມາຫວຽດນາມ ແລະ ຕັ້ງຮົກຮາກຢູ່ໃນເມືອງ ຮອຍອັນ, ບ່ອນທີ່ລາວໄດ້ເປີດຮ້ານ Mango Mango, Mai Fish ແລະ Mango Rooms. ເຍື່ອງອາຫານທີ່ເປັນເອກະລັກຂອງ Đức ແມ່ນມີຊື່ສຽງໃນການນຳສະເໜີລົດຊາດ ແລະ ວັດຖຸດິບຂອງຫວຽດນາມໃນຮູບແບບໃໝ່ໆ. ໃນທີ່ນີ້ ລາວຈະມາເວົ້າເຖິງການເຕີບໃຫຍ່ໃນຟາມ, ຄຳແນະນຳສຳລັບຜູ້ທີ່ມັກຮັກໃນການກິນ, ແລະ ການກິນອາຫານທີ່ດີໃນຮອຍອັນ.


ເຊັບ Đức ຮ້ານ Mango Mango

ຄວາມຊົງຈຳໃນໄວເດັກທີ່ສຸດຂອງທ່ານກ່ຽວກັບອາຫານ ແລະ ການປຸງແຕ່ງອາຫານແມ່ນຫຍັງ?

ຂ້ອຍຈື່ໄດ້ວ່າຕອນໃຫຍ່ຂຶ້ນມາກກັບແມ່, ແມ່ຈະບອກໃຫ້ຂ້ອຍ ແລະ ເອື້ອຍນ້ອງອອກໄປສວນເພື່ອເກັບໝາກມ່ວງ, ໝາກນ້ຳນົມ ແລະ ໝາກສີດາ ໃສ່ໃນກະຕ່າ. ເພິ່ນຈະກວດເບິ່ງວ່າພວກມັນມີຄຸນນະພາບດີສຳ່ໃດ ກ່ອນທີ່ຈະສົ່ງຂ້ອຍໄປຕະຫຼາດ. ຂ້ອຍກໍຈະໄປນັ່ງຂາຍຢູ່ຫັ້ນ. ຕອນນັ້ນຂ້ອຍອາຍຸໄດ້ 10 ປີ ແລະ ຂ້ອຍກໍມັກມັນຫຼາຍ.

ຕະຫຼາດທ້ອງຖິ່ນຮອຍອັນ

ການເຕີບໃຫຍ່ໃນນະຄອນໂຮ່ຈີມິນມີບັນຍາກາດແນວໃດ?

ພວກເຮົາມີຟາມຂະໜາດໃຫຍ່. ພວກເຮົາມີເປັດໂຕໃຫຍ່ໆທີ່ອອກໄຂ່. ຊາວນາຈາກເຂດສາມຫຼ່ຽມປາກແມ່ນ້ຳຂອງ, ຈາກ Cần Thơ, Rạch Giá, ພວກເຂົາຈະມາທີ່ເຮືອນຂອງແມ່ຂ້ອຍເພື່ອມາຮັບເອົາເປັດເປັນຮ້ອຍໆໂຕ.

ແມ່ຂອງຂ້ອຍໄດ້ສອນຂ້ອຍກ່ຽວກັບອາຫານ, ກ່ຽວກັບການເສີບອາຫານທີ່ດີໃຫ້ກັບຜູ້ຄົນ, ແລະ ການບຳລຸງລ້ຽງຜູ້ຄົນດ້ວຍອາຫານທີ່ດີ.

ພໍ່ແມ່ຂອງຂ້ອຍຈະເຮັດວຽກຕັ້ງແຕ່ 3 ໂມງເຊົ້າຈົນຮອດ 6 ຫຼື 7 ໂມງເຊົ້າ, ກິນອາຫານເຊົ້າ, ສົ່ງລູກໆໄປໂຮງຮຽນ, ພັກຜ່ອນໜ້ອຍໜຶ່ງ ແລ້ວເຮັດວຽກອີກຄັ້ງແຕ່ 9 ໂມງຫາ 11:30 ໂມງ. ຫຼັງຈາກນັ້ນ, ພວກເພິ່ນກໍຈະເບິ່ງແຍງໃຫ້ທຸກຄົນໄດ້ກິນອີ່ມ, ພັກຜ່ອນບາດໜຶ່ງ. ຕອນບ່າຍ 1:30 ໂມງ ພວກເພິ່ນກໍຕື່ນຂຶ້ນມາເຮັດວຽກຕໍ່ໄປຈົນຮອດ 6 ໂມງແລງ ເຍິ່ງເປັນເວລາຂອງຄອບຄົວ ແລະ ເວລາອາຫານຄ່ຳ. ມີເວລາເບິ່ງໂທລະທັດຈໍຂາວດຳໜຶ່ງຊົ່ວໂມງ, ແລະ ພວກເພິ່ນກໍຈະເຂົ້ານອນຕອນ 9 ໂມງກາງຄືນ.

ຮ້ານອາຫານ Mai Fish ໃນຮອຍອັນ

ແມ່ຂອງທ່ານຄິດແນວໃດກັບຮ້ານອາຫານຂອງທ່ານ?

ເມື່ອ 15 ປີກ່ອນ ຂ້ອຍໄດ້ກັບຄືນມາຫວຽດນາມ, ແລະ ສີ່ ຫຼື ຫ້າຄັ້ງຕໍ່ປີ ຂ້ອຍຈະເດີນທາງໄປທີ່ນັ້ນເພື່ອໄປຢາມເພິ່ນ ແລະ ຄອບຄົວ. ເພິ່ນເວົ້າວ່າ, "ຕ້ອງຮັບປະກັນວ່າເຈົ້າຮັກສາຄຸນນະພາບທີ່ຜູ້ຄົນສົມຄວນຈະໄດ້ຮັບ. ຖ້າມັນດີພໍທີ່ເຈົ້າຈະກິນເອງໄດ້, ເຈົ້າຈຶ່ງຄ່ອຍເອົາມັນອອກມາເສີບທີ່ໂຕະ. ຖ້າມີຫຍັງທີ່ຫຼຸດມາດຕະຖານນັ້ນ, ຢ່າເຮັດ. ນັ້ນຄືວິທີທີ່ເຈົ້າຈະດຶງດູດລູກຄ້າໃຫ້ກັບຄືນມາ." ເພິ່ນໄດ້ສອນຂ້ອຍກ່ຽວກັບອາຫານ, ກ່ຽວກັບການເສີບອາຫານທີ່ດີໃຫ້ກັບຜູ້ຄົນ, ແລະ ການບຳລຸງລ້ຽງຜູ້ຄົນດ້ວຍອາຫານທີ່ດີ.

ກິນຫຍັງດີຢູ່ຮອຍອັນ

ທ່ານເລີ່ມຕົ້ນເຮັດອາຫານຢູ່ໃນຮອຍອັນໄດ້ແນວໃດ?

ແນວຄິດຂອງຂ້ອຍໃນການມາຢູ່ທີ່ນີ້ແມ່ນຍ້ອນວ່າຂ້ອຍຢາກມາພັກຜ່ອນຢູ່ແຄມທະເລ. ຕົວເມືອງມີຄວາມສວຍງາມ ແລະ ຍິ່ງຂ້ອຍຢູ່ດົນເທົ່າໃດ ຂ້ອຍກໍຍິ່ງເຫັນວ່າມັນມີທ່າແຮງອັນມະຫາສານໃນດ້ານການທ່ອງທ່ຽວ. ຄັ້ງທຳອິດທີ່ຂ້ອຍໄປຕະຫຼາດ ຂ້ອຍເວົ້າວ່າ, “ເບິ່ງອາຫານທັງໝົດນີ້ແມ້!” ຂ້ອຍຊື້ມາມາເປັນກອງໃຫຍ່. ຕອນນັ້ນຂ້ອຍພັກຢູ່ໂຮງແຮມແຫ່ງໜຶ່ງ, ແລະ ຂ້ອຍກໍເອົາອາຫານທັງໝົດນັ້ນກັບມາ. ຂ້ອຍເວົ້າວ່າ, “ຂ້ອຍຢາກແຕ່ງກິນ, ຂ້ອຍຂໍໃຊ້ພື້ນທີ່ຂອງເຈົ້າແດ່ເດີ. ຂ້ອຍຈະແຕ່ງກິນໃຫ້ເຈົ້າກິນ ແລະ ຂ້ອຍຈະໂທຫາໝູ່ອີກສອງສາມຄົນມາຮ່ວມກິນອາຫານຄ່ຳນຳກັນ.”

ດັ່ງນັ້ນຂ້ອຍຈຶ່ງເຮັດອາຫານ 8 ຢ່າງ, ແລະ ມີຄົນມາຮ່ວມ 20 ຄົນ, ຂ້ອຍມີກຸ້ງພັນໃບຊະພູ (lá lốt), ເຕົາຮູ້ຍັດໄສ້, ປາໝົກໃບຕອງ, ໝາກຖົ່ວຂຽວ ແລະ ອື່ນໆອີກ. ພວກເຂົາເວົ້າວ່າ, “ນີ້ບໍ່ແມ່ນອາຫານຫວຽດນາມໃດ໋. ນີ້ແມ່ນອາຫານປະເພດໃດ?” ຂ້ອຍເວົ້າວ່າ, “ຂ້ອຍຄິດຄົ້ນມັນຂຶ້ນມາເອງໃນມື້ນີ້ແຫຼະ.” ແລະ ທຸກຄົນກໍມັກມັນຫຼາຍ. ຂ້ອຍຍັງຄົງຮັກແຫຼ່ງວັດຖຸດິບອາຫານຢູ່ທີ່ນີ້. ຢູ່ທີ່ນີ້ຍັງຄົງເປັນຕາອັດສະຈັນສະເໝີ.

ຫວຽດນາມຂອງຂ້ອຍ ຮອຍອັນ ການທ່ອງທ່ຽວຫວຽດນາມ

ຄຳແນະນຳຂອງທ່ານສຳລັບຜູ້ທີ່ມັກຮັກໃນການກິນທີ່ຈະມາຫວຽດນາມແມ່ນຫຍັງ?

ກິນໃຫ້ເຕັມທີ່. ໃຊ້ເວລາຫ້າມື້ເພື່ອການກິນຢ່າງດຽວເລີຍ. ມັນມີເຄັດລັບໃນການສັງເກດອາຫານທີ່ດີ. ອາຫານເຊົ້າແບບສະຕຣີດຟູດຂອງຫວຽດນາມແມ່ນມີພຽງແຕ່ແຕ່ 5 ໂມງ ຫາ 8:30 ໂມງເຊົ້າເທົ່ານັ້ນ. ອາຫານທ່ຽງແມ່ນເລີ່ມແຕ່ 10:30 ໂມງ ຫາ ປະມານ 12 ໂມງທ່ຽງ. ເມື່ອທ່ານເຫັນໝໍ້ເໜັງນັ້ນໝາຍຄວາມວ່າມັນສຳເລັດແລ້ວ. ທ່ານຈະພົບເຫັນບ່ອນທີ່ຜູ້ຄົນກຳລັງປິ້ງບາງຢ່າງຢູ່ແຄມທາງ, ນັ້ນແຫຼະແມ່ນອາຫານທີ່ດີ.

ປຸງແຕ່ງອາຫານຢ່າງຫຼາກຫຼາຍດ້ວຍສິ່ງທີ່ທ່ານມີຢູ່ອ້ອມຕົວ.

ທ່ານມັກໄປກິນອາຫານຢູ່ໃສໃນຮອຍອັນ?

ຮອຍອັນແມ່ນສະຖານທີ່ທີ່ດີທີ່ສຸດສຳລັບອາຫານທະເລ. ຂ້ອຍມັກນັ່ງຢູ່ບ່ອນທີ່ງຽບໆແຄມທະເລ ແລະ ກິນອາຫານທະເລທີ່ແຊບອັດສະຈັນ. ຂ້ອຍໄປຮ້ານ Hanh (9 Au Co) ຢູ່ເທິງຫາດຊາຍ Cua Dai ເພື່ອກິນກຸ້ງທະເລໜຶ້ງ, ຫອຍໜຶ້ງໃສ່ໝາກເຜັດ, ຫົວສິງໄຄ ແລະ ຜັກອີ່ຕູ່, ແລະ ປາມຶກປິ້ງ. A-Roi ຢູ່ແຄມທະເລ, ນັ້ນແມ່ນບ່ອນທີ່ມີອາຫານທີ່ແຊບແທ້ໆ.

ຕະຫຼາດຮອຍອັນ

ເລົ່າໃຫ້ພວກເຮົາຟັງກ່ຽວກັບຫ້ອງຮຽນເຮັດອາຫານຂອງທ່ານໃນຮອຍອັນແດ່.

ມັນເປັນການສາທິດການເຮັດອາຫານຫຼາຍກວ່າ. ຂ້ອຍພາພວກເຂົາໄປຍ່າງເລາະຕະຫຼາດ. ຂ້ອຍມັກສະແດງໃຫ້ພວກເຂົາເຫັນວິທີເລືອກຜັກ ແລະ ໝາກໄມ້. ຕະຫຼອດເວລານັ້ນ, ຂ້ອຍໄດ້ອະທິບາຍວິທີທີ່ຄົນຫວຽດນາມໃຊ້ສະໝູນໄພ, ແລະ ວິທີທີ່ພວກເຮົາກິນອາຫານທີ່ມີທັງນ້ຳ, ກາກໃຍ, ແປ້ງ, ແລະ ຫ້າລົດຊາດ. ຂ້ອຍໄດ້ເຮັດອາຫານ ແລະ ອະທິບາຍສິ່ງທີ່ກຳລັງເກີດຂຶ້ນ. ພວກເຂົານັ່ງຜ່ອນຄາຍ ແລະ ທຳຄວາມເຂົ້າໃຈ. ເປົ້າໝາຍແມ່ນເພື່ອໃຫ້ຜູ້ຄົນມີແນວຄິດກ່ຽວກັບຮູບແບບການປຸງແຕ່ງອາຫານແບບດັ້ງເດີມຂອງຫວຽດນາມ. ຂ້ອຍມອບບາງສິ່ງບາງຢ່າງທີ່ຂ້ອຍພູມໃຈ ເຊິ່ງແມ່ຂອງຂ້ອຍໄດ້ມອບໃຫ້ຂ້ອຍ, ແຕ່ຂ້ອຍໄດ້ດັດແປງມັນເລັກນ້ອຍ.

ຂ້ອຍບອກພວກເຂົາວ່າບໍ່ມີຕຳຫຼວດອາຫານດອກ. ເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ. ໃຫ້ແນ່ໃຈວ່າເຈົ້າມີວັດຖຸດິບທີ່ສວຍງາມຢູ່ຕໍ່ໜ້າ, ຊື້ຂອງສົດໆ, ສ້າງແຮງບັນດານໃຈ ແລະ ປະສົມປະສານຫ້າລົດຊາດເຂົ້າກັນ. ປັບມັນໃຫ້ສົມດຸນ. ໃຫ້ແນ່ໃຈວ່າເຈົ້າກຽມພ້ອມ, ແລະ ແຕ່ງກິນຢ່າງສຸດຝີມື. ປຸງແຕ່ງຢ່າງອຸດົມສົມບູນດ້ວຍສິ່ງທີ່ເຈົ້າມີຢູ່ອ້ອມຕົວ.

Mango Mango Hoi An

ສືບຕໍ່ການເດີນທາງຂອງທ່ານຜ່ານ #MyVietnam ດ້ວຍການສຳພາດທ້ອງຖິ່ນທີ່ໜ້າສົນໃຈ, ວິດີໂອ ແລະ ເຄັດລັບການທ່ອງທ່ຽວ ຢູ່ບ່ອນນີ້.