ເທດສະການ ແລະ ວັນພັກຜ່ອນຂອງຫວຽດນາມ ແມ່ນປະສົບການທີ່ເຕັມໄປດ້ວຍສີສັນ, ເຊິ່ງມັກຈະສະແດງໃຫ້ເຫ້ນເຖິງມໍລະດົກແຫ່ງຊາດ, ການສະແດງດົນຕີ ແລະ ການຟ້ອນລຳ, ຕະຫຼອດຮອດກິດຈະກຳທີ່ເຕັມໄປດ້ວຍພະລັງງານ ເຊັ່ນ: ການຊ່ວງເຮືອມັງກອນ ແລະ ການແຫ່ຂະບວນຕາມຖະໜົນ. ເຂົ້າຮ່ວມຄວາມມ່ວນຊື່ນ ແລະ ຮຽນຮູ້ກ່ຽວກັບຕຳນານຕ່າງໆ ທີ່ໄດ້ສ້າງຮູບຮ່າງໃຫ້ກັບປະເທດຫວຽດນາມ ໂດຍການເຂົ້າຮ່ວມໜຶ່ງໃນງານສະເຫຼີມສະຫຼອງເຫຼົ່ານີ້ໃນລະຫວ່າງການເດີນທາງຂອງທ່ານ. ນີ້ຄື 10 ເທດສະການຍອດນິຍົມທີ່ຄວນເພີ່ມເຂົ້າໃນແຜນການທ່ອງທ່ຽວຫວຽດນາມຂອງທ່ານ.
ບຸນເຕັດ (ປີໃໝ່ຫວຽດນາມ)

ປີໃໝ່ປະຕິທິນຈັນທະຄະຕິ ຫຼື ບຸນເຕັດ (Tết) ແມ່ນເທດສະການທີ່ໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດຂອງຫວຽດນາມ. ໂດຍຈະເນັ້ນໃສ່ຄອບຄົວ ເຊິ່ງຫຼາຍຄົນຈະກັບຄືນບ້ານເກີດຂອງຕົນເພື່ອສະເຫຼີມສະຫຼອງ. ແຕ່ບຸນເຕັດກໍຍັງມີສິ່ງຕ່າງໆ ຫຼວງຫຼາຍໃຫ້ກັບນັກທ່ອງທ່ຽວໄດ້ເພີດເພີນໄປທົ່ວປະເທດ. ໂດຍປົກກະຕິແລ້ວ ຈະກົງກັບເດືອນມັງກອນ ຫຼື ກຸມພາ, ມື້ກ່ອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແມ່ນມື້ທີ່ສຳຄັນທີ່ສຸດໃນປະຕິທິນຈັນທະຄະຕິ ແລະ ຄວາມຕື່ນເຕັ້ນນັ້ນແມ່ນສຳຜັດໄດ້ຢ່າງຊັດເຈນ! ເຂົ້າຮ່ວມຄວາມມ່ວນຊື່ນໂດຍການເພີດເພີນກັບການສະແດງດອກໄມ້ກາງແຈ້ງ ແລະ ຮ່ວມດື່ມສະຫຼອງຈຸດບັ້ງໄຟດອກໃນເວລາທ່ຽງຄືນກັບຄົນທ້ອງຖິ່ນ.
ບຸນເຕັດແມ່ນຈັດຂຶ້ນໃນມື້ທຳອິດຂອງເດືອນທຳອິດຂອງປະຕິທິນຈັນທະຄະຕິສະເໝີ.
ເທດສະການເລັມ
ການສະເຫຼີມສະຫຼອງລະດູໃບໄມ້ປົ່ງທີ່ຄຶກຄື້ນ, ເທດສະການເລັມ ແມ່ນເພື່ອລະນຶກເຖິງຜູ້ກໍ່ຕັ້ງເທດສະການ ພ້ອມທັງເນັ້ນໃຫ້ເຫັນເຖິງວັດທະນະທຳອັນເປັນເອກະລັກຂອງເຂດທົ່ງພຽງແມ່ນ້ຳແດງ. ເທດສະການນີ້ມີພິທີກຳທີ່ໂດດເດັ່ນຄື: ກວານຮໍ້ (quan họ). ເພງພື້ນເມືອງກວານຮໍ້ແມ່ນຂັບຮ້ອງໂດຍຜູ້ຊາຍ ແລະ ຜູ້ຍິງທີ່ນຸ່ງຊຸດປະຈຳເຜົ່າ ຜູ້ທີ່ຮ້ອງເພງກ້ຽວພາລາສີກັນຈາກເທິງເຮືອມັງກອນ. ນັ່ງຜ່ອນຄາຍ ແລະ ຟັງສຽງຮ້ອງເພງອັນມີສະເໜ່ຂອງພວກເຂົາທີ່ດັງກ້ອງໄປທົ່ວໜອງນ້ຳ.
ເທດສະການເລັມແມ່ນຈັດຂຶ້ນໃນມື້ທີ 12 ຫຼື 13 ຂອງເດືອນທຳອິດຂອງປະຕິທິນຈັນທະຄະຕິ.
ຄຳແນະນຳ: ຫາກທ່ານຢູ່ຮ່າໂນ້ຍໃນຊ່ວງເດືອນກຸມພາ, ທ່ານສາມາດໄປທ່ຽວເທດສະການເລັມໄດ້ ໂດຍໃຊ້ເວລາຂັບລົດໄປທາງທິດຕາເວັນອອກໜຶ່ງຊົ່ວໂມງໃນແຂວງບັກນິງ (Bac Ninh).
ເທດສະການເຫວ້ & ເທດສະການໝູ່ບ້ານຫັດຖະກຳເຫວ້
ອະດີດເມືອງຫຼວງຂອງຫວຽດນາມ ແລະ ເປັນທີ່ຕັ້ງຂອງລາຊະວົງສຸດທ້າຍຂອງຫວຽດນາມ, ເມືອງເຫວ້ແມ່ນອຸດົມສົມບູນໄປດ້ວຍມໍລະດົກທາງວັດທະນະທຳ. ເທດສະການເຫວ້ ຫຼື ເທດສະການໝູ່ບ້ານຫັດຖະກຳເຫວ້ ແມ່ນຈັດຂຶ້ນສະຫຼັບກັນໃນແຕ່ລະປີໃນເດືອນເມສາ. ໃນລະຫວ່າງເທດສະການເຫວ້, ປະຫວັດສາດຈະກັບມາຢາກມີຊີວິດຊີວາໃນການສະແດງອັນງົດງາມທີ່ພະລາຊະວັງ ແລະ ອ້ອມຮອບຕົວເມືອງ. ເທດສະການໝູ່ບ້ານຫັດຖະກຳເຫວ້ມີການວາງສະແດງງານຫັດຖະກຳທີ່ເຮັດດ້ວຍມືເຊິ່ງໄດ້ຮັບການສືບທອດມາໃນໝູ່ບ້ານອ້ອມຂ້າງເປັນເວລາຫຼາຍສະຕະວັດ.
ເທດສະການປະຈຳປີຂອງເຫວ້ແມ່ນຈັດຂຶ້ນເປັນເວລາໜຶ່ງອາທິດ ຕັ້ງແຕ່ທ້າຍເດືອນເມສາຫາຕົ້ນເດືອນພຶດສະພາ.
ເທດສະການວັດກະສັດຮຸ່ງ
ເທດສະການວັດກະສັດຮຸ່ງ ແມ່ນເພື່ອລະນຶກເຖິງກະສັດອົງທຳອິດຂອງຫວຽດນາມ. ກະສັດເວືອງ (King Vương) ແມ່ນມີຊື່ສຽງໃນຕຳນານ ແລະ ປະຫວັດຄວາມເປັນມາຂອງເພິ່ນໄດ້ຮັບການສະເຫຼີມສະຫຼອງໃນທຸກໆ ປີ ໃນເດືອນເມສາ ຫຼື ພຶດສະພາ ເພື່ອເປັນຫຼັກຖານສະແດງເຖິງປະຫວັດສາດອັນຍິ່ງໃຫຍ່ຂອງຫວຽດນາມ. ເພື່ອເຂົ້າຮ່ວມເທດສະການ, ໃຫ້ເດີນທາງໄປທີ່ວັດຮຸ່ງ ໃນເມືອງຫວຽດຈີ (Việt Trì), ເຊິ່ງທ່ານສາມາດຮັບຊົມໂຄມໄຟຫຼາຍຮ້ອຍດວງທີ່ຖືກປ່ອຍຂຶ້ນສູ່ທ້ອງຟ້າໃນຄືນກ່ອນມື້ເທດສະການ. ໃນມື້ເທດສະການ, ທ່ານຈະໄດ້ເຫັນຂະບວນແຫ່ຂອງນັກສະແຫວງບຸນທີ່ເດີນທາງຂຶ້ນໄປເທິງພູ.
ວັນກະສັດຮຸ່ງແມ່ນແຕ່ມື້ທີ 8 ຫາ 11 ຂອງເດືອນທີສາມຂອງປະຕິທິນຈັນທະຄະຕິ.
ເທດສະການ ເຊັ່ນ ຊໍ ໂພ່ນ

ຮ່ອມພູອັນງົດງາມຂອງມາຍເຈົາ (Mai Châu) ແມ່ນສະຖານທີ່ຈັດເທດສະການ ເຊັ່ນ ຊໍ ໂພ່ນ ໃນລະຫວ່າງເດືອນເມສາຫາພຶດສະພາຂອງທຸກໆ ປີ. ເທດສະການນີ້ແມ່ນຂຶ້ນກັບປະຕິທິນຂອງຊາວໄທຂາວ ເຊິ່ງເປັນກຸ່ມຊົນເຜົ່າສ່ວນໜ້ອຍ ແລະ ໂດຍພື້ນຖານແລ້ວແມ່ນພິທີກຳຂໍຝົນ. ສິ່ງນີ້ແມ່ນເຮັດດ້ວຍການຮ້ອງເພງ ແລະ ການຖວາຍເຄື່ອງບູຊາຕ່າງໆ ທົ່ວໝູ່ບ້ານ. ຄວາມເຊື່ອທ້ອງຖິ່ນກ່າວວ່າ ຍິ່ງເທດສະການໃຫຍ່ເທົ່າໃດ, ຝົນກໍຍິ່ງຕົກໜັກ ແລະ ການເກັບກ່ຽວກໍຍິ່ງອຸດົມສົມບູນເທົ່ານັ້ນ.
ເທດສະການ ເຊັ່ນ ຊໍ ໂພ່ນ ແມ່ນຈັດຂຶ້ນໃນເດືອນທີ 4 ຂອງປະຕິທິນຈັນທະຄະຕິ.
ເທດສະການຜີ ຫຼື ວັນວິນຍານພເນຈອນ
ຄົນຫວຽດນາມເຊື່ອວ່າໃນມື້ໜຶ່ງໃນທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາ, ວິນຍານຂອງບັນພະບຸລຸດຈະກັບມາຢ້ຽມຢາມເຮືອນໃນໂລກມະນຸດຂອງພວກເຂົາ. ຊ່ວງເວລາທີ່ປະຕູໂລກວິນຍານເປີດອອກນີ້ ແມ່ນເວລາທີ່ຈະສະແດງຄວາມເຄົາລົບຕໍ່ຜູ້ທີ່ລ່ວງລັບໄປແລ້ວ. ໃນຄືນກ່ອນວັນວິນຍານພເນຈອນ, ຄອບຄົວຕ່າງໆ ຈະຖວາຍເຄື່ອງສັກກາລະບູຊາ, ດອກໄມ້ ແລະ ໝາກໄມ້ຢູ່ທີ່ອຸບມົງຂອງບັນພະບຸລຸດຂອງພວກເຂົາ. ມີການເຜົາເຈ້ຍເງິນເຈ້ຍຄຳ ແລະ ເສື້ອຜ້າເພື່ອໃຫ້ວິນຍານໄດ້ນຳໃຊ້ໃນໂລກໜ້າ.
ເທດສະການຜີແມ່ນກົງກັບມື້ທີ 15 ຂອງເດືອນທີ 7 ຂອງປະຕິທິນຈັນທະຄະຕິ.
ຄຳແນະນຳ: ເຖິງວ່າຈະມີການປະຕິບັດກັນທົ່ວປະເທດ, ແຕ່ວັດຕ່າງໆ ໃນເມືອງເຫວ້ແມ່ນສະຖານທີ່ທີ່ເຕັມໄປດ້ວຍບັນຍາກາດເພື່ອເຂົ້າຮ່ວມຊົມພິທີກຳຂອງວັນວິນຍານພເນຈອນ.
ວັນເອກະລາດ

ວັນທີ 2 ກັນຍາ 1945 ແມ່ນມື້ທີ່ ໂຮ່ຈີມິນ ປະກາດເອກະລາດຂອງປະເທດຫວຽດນາມຈາກຝຣັ່ງ ຢູ່ທີ່ສະໜາມຫຼວງບາດິ່ງ (Ba Dinh Square) ໃນຮ່າໂນ້ຍ. ການສະເຫຼີມສະຫຼອງປະຈຳປີນີ້ແມ່ນເພື່ອລະນຶກເຖິງຊ່ວງເວລາປະຫວັດສາດນັ້ນ ດ້ວຍການສະແດງຄວາມຮັກຊາດ ແລະ ປະດັບທຸງຊາດຕາມຮ່ອມຕ່າງໆ ທົ່ວປະເທດຫວຽດນາມ. ຫົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຈະມີການຈັດຂະບວນແຫ່ໃນຕອນກາງເວັນ ແລະ ຈຸດບັ້ງໄຟດອກໃນຕອນກາງຄືນ. ທຸກຄົນຕ່າງກໍພາກັນອອກມາຕາມຖະໜົນຫົນທາງເພື່ອສະເຫຼີມສະຫຼອງ, ແລະ ນັກທ່ອງທ່ຽວກໍສາມາດຮ່ວມມ່ວນຊື່ນກັບງານສະເຫຼີມສະຫຼອງນີ້ໄດ້ເຊັ່ນກັນ.
ວັນເອກະລາດຂອງຫວຽດນາມແມ່ນກົງກັບວັນທີ 2 ກັນຍາ.
ເທດສະການກາງລະດູໃບໄມ້ຫຼົ່ນ

ເດັກນ້ອຍແມ່ນດາວເດັ່ນຂອງ ເທດສະການກາງລະດູໃບໄມ້ຫຼົ່ນ ເນື່ອງຈາກມີເຄື່ອງຫຼິ້ນ, ໂຄມໄຟເຈ້ຍ ແລະ ໜ້າກາກຫຼວງຫຼາຍຖືກແຈກຢາຍໃຫ້ເປັນຂອງຫຼິ້ນ. ໂດຍສະຫຼອງກັນລະຫວ່າງເດືອນກັນຍາ ຫາ ເດືອນຕຸລາ, ວັນແຫ່ງຄວາມສຸກນີ້ແມ່ນເປັນທີ່ຮູ້ຈັກກັນດີໃນເລື່ອງການຟ້ອນສິງໂຕ ແລະ ຂະບວນແຫ່ໂຄມໄຟ. ຫຼາຍຄອບຄົວພາກັນເຕົ້າໂຮມກັນຢູ່ສວນຂອງພວກເຂົາ ພ້ອມກັບນໍ້າຊາ ແລະ ເຂົ້າໜົມ ເພື່ອຊົມແສງຈັນວັນເພັງ ແລະ ເພີດເພີນໄປກັບການສະແດງຈາກຄະນະນັກຟ້ອນທີ່ຜ່ານມາ.
ເທດສະການກາງລະດູໃບໄມ້ຫຼົ່ນ ແມ່ນຈັດຂຶ້ນໃນວັນທີ 15 ຂອງເດືອນ 8 ຕາມປະຕິທິນຈັນທະຄະຕິ.
ຄຳແນະນຳ: ເມືອງເກົ່າຮອຍອານ ທີ່ໄດ້ຮັບການຂຶ້ນທະບຽນໂດຍອົງການ UNESCO ແມ່ນສະຖານທີ່ທີ່ໜ້າອັດສະຈັນໃນຫວຽດນາມ ໃນການສະຫຼອງເທດສະການກາງລະດູໃບໄມ້ຫຼົ່ນ, ເນື່ອງຈາກມີເຮືອ ແລະ ໂຄມໄຟລອຍລ່ອງໄປຕາມແມ່ນ້ຳທູໂບນ (Thu Bon).
Oóc Om Bóc
ໃນຕົ້ນເດືອນທັນວາ, ຊາວຂະແມ ທີ່ອາໄສຢູ່ໃນເຂດສາມຫຼ່ຽມປາກແມ່ນ້ຳຂອງ ຂອງຫວຽດນາມ ໄດ້ຈັດເທດສະການທີ່ຄຶກຄື້ນ ທີ່ຮູ້ຈັກກັນໃນຊື່ Oóc Om Bóc. ເທດສະການນີ້ຈັດຂຶ້ນຢູ່ແຂວງ ຊັອກຈັງ (Sóc Trăng), ບ່ອນທີ່ມີວັດທະນະທຳຂະແມຢູ່ທຸກຫົນທຸກແຫ່ງ, ເທດສະການນີ້ໄດ້ເປີດເຜີຍໃຫ້ເຫັນຄວາມຫຼາກຫຼາຍອັນໜ້າອັດສະຈັນຂອງຫວຽດນາມ. ພົບກັບກິດຈະກຳຕ່າງໆ ເພື່ອຂອບຄຸນເທບພະເຈົ້າແຫ່ງດວງຈັນ ສໍາລັບຜົນລະປູກໃນຮອບປີ, ລວມທັງການກິນລ້ຽງ, ການຮ້ອງເພງ ແລະ ການຟ້ອນລຳ. ຝູງຊົນນັບພັນຄົນມາເຕົ້າໂຮມກັນເພື່ອຊົມໄຮໄລ້ຂອງເທດສະການ: ການແຂ່ງຂັນເຮືອ ‘Ngo’ ທີ່ໜ້າຕື່ນເຕັ້ນ.
Oóc Om Bóc ແມ່ນຖືກຈັດຂຶ້ນໃນຄືນວັນທີ 14 ຂອງເດືອນ 10 ຕາມປະຕິທິນຈັນທະຄະຕິ.
New Year’s Eve

ໂຊກດີທີ່ ຫວຽດນາມ ສະຫຼອງທັງປີໃໝ່ຈັນທະຄະຕິ ແລະ ປີໃໝ່ສາກົນ, ເຮັດໃຫ້ມີໂອກາດເພີ່ມຄວາມມ່ວນຊື່ນເປັນສອງເທົ່າທົ່ວປະເທດ. ເຖິງວ່າ ບຸນເຕັດ (Tết) ຈະມີຄວາມສຳຄັນທາງດ້ານວັດທະນະທຳ, ແຕ່ທຸກຄົນກໍຍັງຮູ້ສຶກຕື່ນເຕັ້ນສະເໝີທີ່ຈະຕ້ອນຮັບວັນທຳອິດຂອງປະຕິທິນໃໝ່. ສໍາລັບຄືນສົ່ງທ້າຍປີເກົ່າທີ່ໜ້າຈົດຈຳໃນຫວຽດນາມ, ໃຫ້ມຸ່ງໜ້າໄປຍັງເມືອງໃຫຍ່ຕ່າງໆ ເພື່ອຊົມການຈຸດດອກໄມ້ໄຟ, ຄອນເສີດສົດ ແລະ ຖະໜົນຫົນທາງທີ່ເຕັມໄປດ້ວຍຄົນທ້ອງຖິ່ນໃນບັນຍາກາດງານລ້ຽງສະຫຼອງ.