ເຮັດໃຫ້ການໂທວິດີໂອຂອງທ່ານສົດໃສຂຶ້ນ ແລະ ສະແດງຄວາມຮັກຕໍ່ ສະຖານທີ່ທ່ອງທ່ຽວທີ່ສວຍງາມ ຂອງຫວຽດນາມໄປພ້ອມໆກັນ, ດ້ວຍພື້ນຫຼັງສະເໝືອນຈິງຟຣີຂອງພວກເຮົາ. ແຕ່ລະອັນມີຈຸດເດັ່ນຂອງສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດຂອງປະເທດ, ແລະ ງ່າຍຕໍ່ການນຳໃຊ້. ພຽງແຕ່ດາວໂຫຼດໄຟລ໌ທີ່ທ່ານຕ້ອງການ, ແລະ ອັບໂຫຼດມັນໃສ່ແຖບ ‘Virtual Backgrounds’ ໃນການຕັ້ງຄ່າ Zoom ຂອງທ່ານ. ໃຫ້ແນ່ໃຈວ່າໄດ້ເລືອກ ແລະ ທົດສອບພື້ນຫຼັງກ່ອນການປະຊຸມຂອງທ່ານ, ແລະ ເພີດເພີນກັບການໂທວິດີໂອຂອງທ່ານຈາກສະຖານທີ່ໃໝ່, ທີ່ສ້າງແຮງບັນດານໃຈ!
ເບິ່ງຊຸດພື້ນຫຼັງສະເໝືອນຈິງທັງໝົດ ທີ່ນີ້. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ພື້ນຫຼັງສະເໝືອນຈິງຂອງ Zoom, ຄລິກ ທີ່ນີ້.
ຕ້ອງການເຈລະຈາຂໍ້ຕົກລົງທີ່ດີບໍ? ນັ້ນແມ່ນສິ່ງທີ່ເກີດຂຶ້ນທຸກວັນຢູ່ໄກ່ຮ່າງ, ຕະຫຼາດນໍ້າທີ່ໃຫຍ່ທີ່ສຸດໃນເຂດທົ່ງພຽງແມ່ນໍ້າຂອງຂອງຫວຽດນາມ.

ການປະຊຸມທີ່ຍາວນານຈະດີຂຶ້ນດ້ວຍຄວາມສະຫງົບ. ພັກຜ່ອນຢູ່ທ່າມກາງໜອງດອກບົວ ແລະ ພູຜາປ່າດົງຂອງເກາະກອນດາວ.









